ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ສົ່ງ​ດາວ​ທຽມ Yaogan 39 ຂຶ້ນ​ສູ່​ອະວະ​ກາດ


     ສຳນັກ​ຂ່າວສານ​ຊິນ​ຮວາ​ເຜີຍແຜໃນ່ ວັນ​ທີ 17 ກັນຍາ​ ນີ້ວ່າ: ບໍລິສັດ CASC ຂົນສົ່ງ​ອະ​ວະ​ກາດ​ລັດຖະບານ​ຈີນ​ ໄດ້​ສົ່ງ​ດາວ​ທຽມ​ກຸ່ມ​ທີ 2 ຈະ​ຫຼວດ
Long March 2D ໄດ້​ບັນທຸກ​ດາວ​ທຽມ Yaogan 39 ເຊິ່ງ​ໄດ້​ປ່ອຍ​ຈະ​ຫຼວດ​ອອກ​ຈາກ​ຖານ​ປ່ອຍ LC.3  ຢູ່​ສູນ​ສົ່ງ​ດາວ​ທຽມຊີຊາງ ​ແຂວງ ​ເສ​ສວນ​
ພາກ​ຕາເວັນຕົກ​ສ່ຽງ​ໃຕ້​ຂອງ​ ຈີນ ​ເຂົ້າ​ສູ່​ວົງ​ໂຄຈອນ​ລະດັບ​ຕ່ຳ​ຂອງໂລກ​ໄດ້​ຢ່າງ​ສຳເລັດ​ຜົນ. ພາລະກິດນີ້​ແມ່ນ​ເປັນ​ຖ້ຽວ​ບິນ​ທີ 488 ຂອງຈະ​ຫຼວດ Long
March ແລະ ເປັນ​ຖ້ຽວ​ບິນທີ 8 ຂອງ​ຈະ​ຫຼວດ Long March 2D ໃນ​ປີ​ນີ້.

     Yaogan 39 ມີການພັດທະນາ​ຮ່ວມ​ກັບ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ອະວະກາດ​ຂອງ​ຈີນ​ໃນ​ປັກ​ກິ່ງ (CAST) ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ອະ​ວະ​ກາດ
​ຊຽງ​ໄຮ (SAST) ເຊິ່ງ​ເຮັດ​ວຽກ​ໂດຍ​ການ​ກວດ​ສອບ ແລະ ຕິດຕາມ​ລັກສະນະ​ຂອງ​ອະ​ວະ​ກາດ. ໂດຍການ​ວັດແທກ​ລັງສີ​ທີ່​ສະທ້ອນ ແລະ ປ່ອຍ​ອອກ​
ມາ​ຈາກ​ໄລຍະ​ໄກ. ພາລະກິດ​ດັ່ງກ່າວ​, ຖື​ວ່າ​ເປັນຄວາມ​ລັບ​ສູງ​ສຸດ​ ໂດຍ​ລັດຖະບານ​ຈີນ ດັ່ງນັ້ນ, ຕົວ​ເລກ​ດັ່ງກ່າວບໍ່ໄດ້​ຖືກ​ເປີດເຜີຍ ແລະ ຮູບພາບລັກສະ
ນະ​ລະອຽດຂອງ​ດາວ​ທຽມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2023